ພາກທີ I
ພາກວິຊາສະເພາະ
ບົດທີ 1
ພາກສະເໜີ
1.1 ຄຳແນະນຳ
ແລະ ຄຳຂອບໃຈ
ໃນຍຸກປະຈຸບັນ ຖ້າເວົ້າເຖິງການສ້າງລະບົບຖານຂໍ້ມູນ ຫຼາຍຄົນອາດຈະຄິດເຖິງແຕ່ການໃຊ້ໂປຼແກຼມຊ່ວຍ
ສ້າງເຊັ່ນ: Microsoft Access,PHP ເປັນຕົ້ນ ເພື່ອຈັດຖານຂໍ້ມູນ
ແຕ່ຄວາມເປັນຈິງແລ້ວງານດັ່ງກ່າວເປັນພຽງສ່ວນໜຶ່ງ ຂອງຂະບວນການພັດທະນາຖານຂໍ້ມູນ
(SQL) ທັງໝົດເທົ່ານັ້ນ ເພາະຫາກເຮົາຕ້ອງສ້າງຖານຂໍ້ມູນທີ່ກົງກັບຈຸດປະສົງ ແລະ ປະສົບຄວາມສຳເລັດ ກໍ່ຈຳເປັນຕ້ອງມີການກະກຽມ
ທີ່ດີເຮັດວຽກຢ່າງເປັນຂັ້ນຕອນ ຕະຫຼອດຈົນພິຈາລະນາປັດໃຈຕ່າງໆທີ່ກ່ຽວຂ້ອງຢ່າງຮອບດ້ານ
ເຊັ່ນດຽວກັບການພັດທະນາໂຄງການປະເພດອື່ນໆ ຊຶ່ງເຮົາຈະຕ້ອງຫາຂໍ້ມູນວິເຄາະ ແລະ
ຕັດສີນໃຈກ່ອນທີ່ຈະເຖິງຂັ້ນລົງມເຮັດເຊັ່ນ: ຈຸດປະສົງຂອງຖານຂໍ້ມູນແມ່ນຫຍັງ, ໃຜເປັນກຸ່ມຜູ້ເປົ້າໝາຍ, ທີມງານມີໃຜແດ່ ແລະ ແຕ່ລະຄົນຊ່ຽວຊານດ້ານໃດ, ເນື້ອໃນ ຫຼື
ຂໍ້ມູນໄດ້ມາຈາກໃສ, ເທັກໂນໂລຊີຫຍັງແດ່ທີ່ນຳມາໃຊ້, ຮູບແບບຂອງຖານຂໍ້ມູນຄວນຈະເປັນແບບໃດ ແລະ ການປະຊາສຳພັນໃນຮູບແບບໃດແດ່.
ໃນການສ້າງການສ້າງຖານຂໍ້ມູນ ເພື່ອເກັບກຳຂໍ້ມູນຂອງການຂາຍສິ້ນຄ້າຂອງຮ້ານຄອມ ແມ່ນເລີ່ມພັດທະນ
ເຊິ່ງໄດ້ຈາກການເກັບກຳຂໍ້ມູນມາວິເຄາະ ແລະ ພັດທະນາ
ໂດຍແມ່ນການຊີ້ນຳຈາກອາຈານທີ່ປຶກສາທີ່ຄ່ອຍໃຫ້ຄຳຊີ້ແນະແຕ່ຕົ້ນຕະຫຼອດປາຍ ,ດັ່ງນັ້ນພວກຂ້າພະເຈົ້າຂໍຂອບໃຈມາຍັງທຸກທ່ານເປັນຢ່າງສູງ.
1.2
ການສັງລວມບັນຫາ
ທາງຮ້ານຄອມຂອງພວກເຮົາຕັ້ງຢູ່
ບ້ານ ຫັດສະດີ ເມຶອງຈັນທະບູລີ ນະຄອນຫຼວງວຽງຈັນ ເກົ່າແກ່ແຫ່ງໜຶ່ງ ເຊິ່ງຕັ້ງມາໄດ້13ປີແລ້ວ.ທາງຮ້ານມີບໍລິການຫຼາຍຢ່າງເຊັ່ນ:
ຂາຍຄອມແລະຊ້ອມແປ້ງທຸກຢ່າງທີ່ກ່ຽວຄ້ອງກັບຄອມໂດຍກົງບກ້າວໜ້າທັນສະໄໝ ແລະ ມີຄວາມວ່ອງໄວ ສະດວກສະບາຍຂຶ້ນ.
ດັ່ງນັ້ນຈຶງໄດ້ສ້າງຖານຂໍ້ມູນໄວເພຶອຈັດເກັບລາຍຊື່ຂອງລູກຄ້າທີ່ມາໃຊ້ບໍລິການ
1.3 ຈຸດປະສົງຂອງບົດ.
· ເພື່ອເປັນການອອກແບບຖານຂໍ້ມູນ ແລະ ພັດທະນາລະບົບ
· ເພື່ອມເພີ່ມຄວາມສະດວກສະບາຍໃຫ້ກັບຜູ້ຊົມໃຊ້ ຫຼື
ຜູ້ຈັດການຂໍ້ມູນ, ຄົ້ນຫາຂໍ້ມູນຕ່າງໆ.
· ເພື່ອໃຫ້ຜູ້ເຂົ້າຈັດການຂໍ້ມູນສາມາດສ້າງລາຍງານຕ່າງໆສື່ເຖິງກັນໄດ້ໂດຍບໍ່ຕ້ອງປິນໄປສົ່ງລາຍງານ.
1.5 ຄາດຄະເນຜົນໄດ້ຮັບ.
· ຕ້ອງການນຳໃຊ້ລະບົບຖານຂໍ້ມູນມາຈັດເກັບຂໍ້ມູນຂາຍສິ້ນຄ້າ
· ຢາກໄດ້ລະບົບທີ່ມີຄວາມສະດວກສະບາຍ ໃນການບໍລິຫານຂໍ້ມູນກ່ຽວກັບຂໍ້ມູນຂອງການຂາຍ
· ຢາກໄດ້ລາຍງານທີ່ມີຄວາມຊັດເຈນ ແລະ ແນ່ນອນ
· ຕ້ອງການໃຫ້ລະບົບເກັບກຳຂໍ້ມູນໃຫ້ມີຄວາມປອດໄພ.
· ລະບົບສາມາດກວດສອບຂໍ້ມູນລາຍງານຕ່າງໆ ເຊື່ອມໂຍງກັນໄດ້ລະຫວ່າງສິ້ນຄ້າແລະລູກຄ້າທີ່ມາຊື້
· ຢາກໄດ້ລະບົບທີ່ມີຄວາມວອງໄວທັນທະໄໝໃນການກວດສອບເບິ່ງຂໍ້ມູນຕ່າງໆ
2.1 ຄວາມສຳຄັນ ແລະ ຄວາມເປັນມາຂອງລະບົບຖານຂໍ້ມູນ
ລະບົບໝາຍເຖິງການລວມເອົາກຸ່ມຂອງອົງກອນຕ່າງໆເຊັ່ນ: ຄົນ ( People ), ຂະບວນການ
( Process
) ຊັບພະຍາກອນ ( Resource ) ແລະ ແນວຄິດ (
Concept ) ທີ່ມີຄວາມສຳພັນກັນ, ເຮັດວຽກຮ່ວມກັນ
ເພື່ອບັນລຸຈຸດປະສົງອັນດຽວກັນພາຍໃຕ້ສິ່ງແວດລ້ອມສະເພາະຢ່າງ.
ຕົວຢ່າງ: ລະບົບການຮຽນການສອນມີຈຸດປະສົງເພື່ອໃຫ້ນັກສຶກສາໄດ້ມີຄວາມຮູ້ກ່ຽວກັບ
ເນີ້ອໃນວິຊາທີ່ສອນ, ຊຶ່ງລະບົບອາດຈະປະກອບດ້ວຍ:
§ ບຸກຄະລາກອນ: ຄູ, ນັກສຶກສາ
§ ວັດສະດຸ: ໂຕະ, ຕັ່ງ
§ ເຄື່ອງມື: ກະດານຂາວ, ເຄື່ອງສາຍ LCD ເປັນຕົ້ນ
§ ວິທີການ: ຂຽນໃສ່ກະດານ, ຂຽນໃສ່ແຜ່ນໃສ, ສາຍໃສ່ LCD...
§ ການຈັດການ: ໂຮງຮຽນເກັບເງິນຄ່າຮຽນ, ໂຮງຮຽນຈັດຕາຕະລາງການຮຽນການສອນ.
2.1.1 ຄວາມແຕກຕ່າລະຫວ່າງຂໍ້ມູນ ( Data ) ແລະ ຂໍ້ມູນຂ່າວສານ ( Information )
2.1.1.1 ຂໍ້ມູນ ( Data )
ຄືເຫດການຈິງ ( fact )ທີ່ເກີດຂຶ້ນປະຈຳວັນໃນການດຳເນີນທຸລະກິດຂອງອົງກອນ ຫຼື ເອີ້ນ
ວ່າ ”ຂໍ້ມູນດິບ” ( Raw Data ), ເປັນຂໍ້ມູນຍັງບໍ່ທັນໃຫ້ເກີດປະໂຫຍດແຕ່ຢ່າງໃດເທື່ອ, ຊຶ່ງຂໍ້ມູນດັ່ງກ່າວອາດຈະເປັນໄປໄດ້ທັງຕົວເລກ, ຕົວອັກສອນ, ຮູບພາບເຊັ່ນ: ລາຍການຊື້ສິນຄ້າຈາກລູກຄ້າ, ຍອດຂາຍໃນແຕ່ລະວັນເປັນຕົ້ນ.
2.1.1.2 ຂໍ້ມູນຂ່າວສານ ( Information )
ຄືຂໍ້ມູນທີ່ຜ່ານຂະບວນການເກັບ, ລວມລວບ ແລະ ຮຽບຮຽງແລ້ວ ເພື່ອເປັນແຫຼ່ງຂໍ້ມູນທີ່
ເປັນປະໂຫຍດໃຫ້ແກ່ຜູ້ໃຊ້ເຊັ່ນ:ຍອດຂາຍປະຈຳເດືອນ ຊຶ່ງລວມລວມຍອດຂາຍໃນແຕ່ລະວັນ.
|
Process
|
|
Data
|
|
Information
|
ຮູບທີ 2.1 ສະແດງການພົວພັນລະຫວ່າງ
data ແລະ information
2.1.2 ນັກວິເຄາະລະບົບ ( System Analyst )
ຄືຜູ້ປະສານການຕິດຕໍ່ບຸກຄົນຕ່າງໆ ເພື່ອລວບລວມຂໍ້ມູນຄວາມຕ້ອງການຂອງຜູ້ທີ່ກ່ຽວຂ້ອງ
ກັບລະບົບ ແລ້ວນຳເອົາຂໍ້ມູນເຫຼົ່ານັ້ນມາວິເຄາະ ເພື່ອເຮັດການອອກແບບສ້າງລະບົບໃໝ່, ເປັນຄົນກາງໃນການຕິດຕໍ່ລະຫວ່າງລະບົບຂໍ້ມູນຂ່າວສານ ແລະ ຜູ້ສ້າງລະບົບ ( System
Builder ) ເພື່ອພັດທະນາລະບົບຂໍ້ມູນຂ່າວສານຂອງອົງກອນຂຶ້ນມາຊຶ່ງຈະມີງານຫຼັກໆຄຶ:
§ ວາງແຜນ ( Planning )
§ ວິເຄາະຄວາມຕ້ອງການ (
Requirement Analysis )
§ ພິຈາລະນາ ແລະ
ຕັດສີນໃຈເລືອກໃຊ້ລະບົບຂໍ້ມູນຂ່າວສານ
§ ກຳນົດລາຍລະອຽດໃໝ່ຂອງລະບົບ
§ ຈັດຫາ Hardware
ແລະ Software ໃໝ່
2.2 ຄວາມຮູ້ພື້ນຖານກ່ຽວກັບຖານຂໍ້ມູນ.
2.2.1 ຄວາມຫມາຍຂອງຖານຂໍ້ມູນ.
ຖານຂໍ້ມູນແມ່ນ: ການຈັດເກັບຂໍ້ມູນຢ່າງເປັນລະບຽບເຊິ່ງຜູ້ໃຊ້ສາມາດໃຊ້ຂໍ້ມູນໃນລັກສະນະຕ່າງໆໄດ້ເຊັ່ນ: ການເພີ່ມຂໍ້ມູນ, ການເອີ້ນໃຊ້ຂໍ້ມູນ, ການແກ້ໄຂ
ຫລື
ການລົບຂໍ້ມູນເປັນຕົ້ນໂດຍທົ່ວໄປການຈັດເກັບຂໍ້ມູນຈະມີການນຳເອົາລະບົບຄອມພີວເຕີເຂົ້າມາຊ່ວຍໃນການຈັດເກັບຖານຂໍ້ມູນ.
2.2.2 ອົງປະກອບຖານຂໍ້ມູນ.
ລະບົບຖານຂໍ້ມູນສ່ວນໃຫຍ່ເປັນລະບົບທີ່ມີການນຳເອົາຄອມພິວເຕີເຂົ້າມາຊ່ວຍໃນການຈັດເກັບຂໍ້ມູນໂດຍມີຊອບແວ
ຫລື
ໂປຣແກຣມຊ່ວຍໃນການຈັດເກັບຖານຂໍ້ມູນເຫລົ່ານີ້ເພື່ອໃຫ້ໄດ້ຂໍ້ມູນຕາມທີ່ຜູ້ໃຊ້ຕ້ອງການປະເພດຂອງອົງປະກອບມີ:
2.2.2.1. ຮາດແວ ( Hard Ware ).
ໃນລະບົບຖານຂໍ້ມູນທີ່ມີປະສິດທິພາບຄວນມີຮາດແວຕ່າງໆ ທີ່ພ້ອມຈະອຳນວຍຄວາມສະ
ດວກໃນການບໍລິຫານລະບົບຖານຂໍ້ມູນໄດ້. ໂດຍມີປະສິດທິພາບບໍ່ວ່າຈະເປັນຂະຫນາດຂອງຫນ່ວຍຄວາມຈຳຫລັກ,
ຄວາມໄວຂອງຫນ່ວຍປະມວນຜົນກາງ,
ອຸປະກອນນຳຂໍ້ມູນເຂົ້າ ແລະ
ອອກລາຍງານລວມໄປເຖິງຫນ່ວຍຄວາມຈຳສຳຮອງທີ່ຈະຮອງຮັບການປະມວນຜົນຂໍ້ມູນໃນລະບົບໄດ້ຢ່າງມີປະສິດທິພາບ.
2.2.2.2. ໂປຣແກຣມ (
Program ).
ໃນການປະມວນຜົນຖານຂໍ້ມູນອາດຈະໃຊ້ໂປຣແກຣມທີ່ແຕກຕ່າງກັນ, ເຊິ່ງຂຶ້ນຢູ່ກັບລະບົບຄອມພິວເຕີທີ່ໃຊ້ນັ້ນວ່າເປັນແນວໃດໂປຣແກຣມທີ່ເຮັດຫນ້າທີ່ຄວບຄຸມດູແລການສ້າງ,
ການເອີ້ນໃຊ້ຂໍ້ມູນ, ການຈັດທຳໃບລາຍງານ, ການປັບປ່ຽນແກ້ໄຂໂຄງສ້າງ,
ການຄວບຄຸມ ເວົ້າອີກຢ່າງຫນຶ່ງວ່າລະບົບຈັດການຖານຂໍ້ມູນ ( Database
Management System: DBMS )
ແມ່ນໂປຣແກຼມ ຫລື
ຊອບແວທີ່ເຮັດຫນ້າທີ່ໃນຖານຂໍ້ມູນໂດຍຈະເປັນສື່ກາງລະຫວ່າງຜູ້ໃຊ້ ແລະ
ໂປຣແກຣມຍຸກຕ່າງໆທີ່ຢູ່ໃນລະບົບຖານຂໍ້ມູນ.
v
ຫນ້າທີ່ຂອງລະບົບຈັດການຖານຂໍ້ມູນປະກອບມີ:
· ຊ່ວຍກຳນົດ ແລະ ເກັບໂຄງສ້າງຖານຂໍ້ມູນ ( Define and Store Database
Structure ).
· ການບັນຈຸຂໍ້ມູນຈາກຖານຂໍ້ມູນ ( Load Database ).
· ເກັບ ແລະ ດູແລຂໍ້ມູນ ( Store and Maintain Data ).
· ປະສານງານກັບລະບົບປະຕິບັດການ ( Operating System ).
· ຊ່ວຍປ້ອງກັນຄວາມປອດໄພ ( Security Control ).
· ການຈັດທຳຂໍ້ມູນສຳຮອງ ແລະ ການກູ້ ( Backup and Recovery ).
· ຄວບຄຸມການນຳໃຊ້ຂໍ້ມູນພ້ອມກັນຂອງຜູ້ໃຊ້ຂໍ້ມູນໃນລະບົບ (
Concurrency Control ).
· ຄວບຄຸມບູລະນະພາບຂອງຂໍ້ມູນ ( Integrity Control ).
· ທຳຫນ້າທີ່ຈັດທຳວັດຈະນານຸກົມຂໍ້ມູນ ( Data dictionary ).
2.2.2.3. ຂໍ້ມູນ ( Data ).
ຂໍ້ມູນ ( Data
) ຄື: ເປັນການລວບລວມຂໍ້ມູນໃຫ້ເປັນສູນກາງຂໍ້ມູນຢ່າງມີລະບົບເຊິ່ງຂໍ້ມູນເຫລົ່ານີ້ສາມາດເອີ້ນໃຊ້ຮ່ວມກັນໄດ້
ຜູ້ໃຊ້ຂໍ້ມູນຢູ່ໃນລະບົບຖານຂໍ້ມູນ ຈະເບິ່ງພາບຂອງຂໍ້ມູນທີ່ແຕກຕ່າງກັນເຊັ່ນ:
ຜູ້ໃຊ້ບາງຄົນເບິ່ງພາບຂອງຂໍ້ມູນທີ່ຖືກຈັດເກັບໄວ້ໃນສື່ເກັບຂໍ້ມູນຈິງ
(External Level ).
2.2.2.4. ບຸກຄະລາກອນ ( People ).
· ຜູ້ໃຊ້ທົ່ວໄປ
( User ).
· ພະນັກງານປະຕິບັດການ ( Operating ).
· ນັກວິເຄາະ ແລະ ອອກແບບລະບົບ ( System Analysis ).
· ຜູ້ຂຽນໂປຣແກຣມປະຍຸກໃຊ້ງານ ( Programmer ).
· ຜູ້ບໍລິຫານຖານຂໍ້ມູນ ( Data Administration: DBA ).
2.3. ຂໍ້ດີ ແລະ
ຂໍ້ເສຍຂອງລະບົບຖານຂໍ້ມູນ.
2.3.1.
ຂໍ້ດີຂອງລະບົບຖານຂໍ້ມູນ.
-
ຫລີກລ້ຽງຄວາມຂັດແຍ້ງຂອງຂໍ້ມູນໄດ້.
- ສາມາດໃຊ້ຂໍ້ມູນຮ່ວມກັນໄດ້.
- ສາມາດຫລຸດຄວາມຊັບຊ້ອນຂອງຂໍ້ມູນ.
- ການຮັກສາຄວາມຖືກຕ້ອງຂອງຂໍ້ມູນເຊື່ອຖືໄດ້.
- ສາມາດກຳນົດເປັນມາດຕະຖານດຽວກັນໄດ້.
- ຄວາມເປັນອິດສະຫລະຂອງຂໍ້ມູນ ແລະ ໂປຣແກຣມ.
2.3.2. ຂໍ້ເສຍຂອງລະບົບຖານຂໍ້ມູນ.
-
ມີຕົ້ນທຶນສູງ.
- ມີຄວາມຊັບຊ້ອນ.
- ມີຄວາມສ່ຽງຕໍ່ການຢຸດສະງັກຂອງລະບົບ.
2.4 ການພັດທະນາລະບົບຂໍ້ມູນຂ່າວສານ Information
System Development
2.4.1. ຄວາມຮູ້ພື້ນຖານຂອງການພັດທະນາລະບົບ.
ການພັດທະນາລະບົບແມ່ນເປັນການສ້າງລະບົບໃໝ່ ຫຼື ປັບປຸງລະບົບງານເດີມທີ່ມີຢູ່ແລ້ວ
ໃຫ້ສາມາດທຳງານ ເພື່ອແກ້ໄຂບັນຫາການດຳເນີນງານທາງທຸລະກິດໄດ້ຕາມຄວາມຕ້ອງການຂອງຜູ້ໃຊ້ ໂດຍອາດຈະນຳໃຊ້ຄອມພິວເຕີຊ່ວຍໃນການຈັດເກັບຂໍ້ມູນເຂົ້າສູ່ລະບົບ ເພື່ອປະມວນຜົນ, ຮຽບຮຽງ, ປ່ຽນແປງ ແລະ ຈັດການເຮັດໃຫ້ໄດ້ຜົນຕາມທີ່ຕ້ອງການ, ການທີ່ຈະເຮັດການພັດທະນາລະບົບມີຄວາມຈຳເປັນໄດ້ສູງສຸດ ແລະ ໃຊ້ງານໄດ້ຈິງດົນທີ່ສຸດ ຈະຕ້ອງດຳເນີນການຕາມວົງຈອນການພັດທະນາລະບົບ ( System Development Lift Cycle: SDLC ) ແລະ
ສຶກສາກ່ຽວກັບໂຄງສ້າງ ( Structure ) ຂອງລະບົບ.
2.4.2. ວົງຈອນການພັດພັດທະນາລະບົບ
ແມ່ນຂະບວນການທາງຄວາມຄິດ (
Logical process ) ໃນການພັດທະນາລະບົບ
ເພື່ອແກ້ໄຂບັນຫາ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ ຊຶ່ງເປັນວົງຈອນທີ່ສະແດງເຖິງການດຳເນີນງານ ແລະ ລາຍລະອຽດຂອງແຕ່ລະຂັ້ນຕອນຕັ້ງແຕ່ເລີ່ມຕົ້ນຈົນສຸດທ້າຍ, ໂດຍພາຍໃນວົງຈອນຈະແບ່ງຂະບວນການພັດທະນາອອກເປັນ 7 ຂັ້ນຕອນຄື:
1.
Problem Definition : ກຳນົດບັນຫາ
2.
Analysis : ວິເຄາະ
3.
Design : ອອກແບບ
4.
Development ພັດທະນາ
5. Testing
: ທົດສອບ
6.
Installation : ຕິດຕັ້ງ
7.
Maintenance : ບຳລຸງຮັກສາ
ຮູບທີ 2.2 ສະແດງຂັ້ນຕອນການພັດທະນາລະບົບ
2.4.3. ທິດສະດີພື້ນຖານທີ່ໃຊ້ໃນການອອກແບບລະບົບ.
ທິດສະດີພື້ນຖານທີ່ໃຊ້ໃນການອອກແບບຈຳເປັນຈະຕ້ອງຮູ້ໂຄງສ້າງຂອງລະບົບວ່າຄວນຈະ
ປະກອບດ້ວຍຂໍ້ມູນຫຍັງແດ່ ເພື່ອທີ່ຈະນຳມາພັດທະນາໃນການອອກແບບແຜນພາບໃຫ້ສາມາດເຂົ້າໃຈ ງ່າຍຕໍ່ຜູ້ທີ່ຈະພັດທະນາລະບົບ ແລະ ຍັງແປງເປັນຮູບແບບຈຳລອງໃນການອະທິບາຍລາຍລະອຽດຂອງຂໍ້ມູນ.
2.5. ການວິເຄາະແບບໂຄງສ້າງ ( Structure Analysis )
2.5.1. ຄວາມໝາຍໂຄງສ້າງ ( Structure Analysis )
ເປົ້າໝາຍທີ່ສຳຄັນຂອງການວິເຄາະໂຄງສ້າງຄື: ການລວບລວມງານທີ່ກ່ຽວຂ້ອງກັບ
ການປະເມີນຄວາມຕ້ອງການຂອງລະບົບ ເພື່ອໃຫ້ເຂົ້າໃຈໃນລະບົບງານທີ່ເປັນຢູ່ໄດ້ຢ່າງຖືກຕ້ອງສົມບູນ ຫຼັງຈາກນັ້ນຈຶ່ງນຳຄວາມຕ້ອງການໄປສູ່ການພັດທະນາລະບົບໃໝ່. ຄວາມໝາຍຂອງໂຄ້ງສ້າງໃນການວິເຄາະໂຄງສ້າງມີຄວາມໝາຍດັ່ງນີ້:
§ ຄວາມຄິດທີ່ຈະພະຍາຍາມຈັດໂຄງສ້າງໃນຂະບວນການຈະລະບຸຄວາມຕ້ອງການຂອງລະບົບໂດຍເລີ່ມຈາກການສຶກສາລະບົບທີ່ເປັນຢູ່.
§ ຂະບວນການຕ່າງໆຈະຖືກລວບລວມ ເພື່ອເປັນປະໂຫຍດໃນການຫາລາຍລະອຽດທັງໝົດທີ່ສຳພັນກັບລະບົບທີ່ມີຢູ່.
§ ເປັນວິທີການທີ່ງ່າຍໃນການກວດສອບຫາລາຍລະອຽດທີ່ກ່ຽວຂ້ອງທີ່ຖືກເບິ່ງຂ້າມ.
§ ການລະບຸຄວາມຕ້ອງການຂອງນັກວິເຄາະແຕ່ລະຄົນຈະໄດ້ຜົນໃກ້ຄຽງກັນ ແລະ ສາມາດແກ້ໄຂໄດ້ດີທີ່ສຸດໃຫ້ສາມາດພັດທະນາລະບົບຕໍ່ໄປໄດ້.
§ ມີການຂໍໃຊ້ເອກະສານເປັນຕົວບັນທຶກລະບົບທີ່ມີຢູ່ ແລະ ໃຊ້ເປັນຕົວກາງລວມການຕິດຕໍ່
ກັບຫຼາຍໆຝ່າຍໆ.
2.5.2. ສ່ວນປະກອບຂອງການວິເຄາະໂຄງສ້າງ.
ການວິເຄາະໂຄງສ້າງມີສ່ວນປະກອບດັ່ງນີ້:
- ສັນຍາລັກຮູບພາບ ( Graphic symbols ) ເປັນຮູບແບບ ຫຼື ສັນຍາລັກທີ່ໃຊ້ບອກ ແລະ
ອະທິບາຍສ່ວນປະກອບຂອງລະບົບຕະຫຼອດເຖິງຄວາມສຳພັນລະຫວ່າງສ່ວນປະກອບຕ່າໆ.
- ການອະທິບາຍຂະບວນການ ( Procedure and process Description ) ເປັນຮູບແບບຂອງຂໍ້ຄວາມໂດຍການໃຊ້ເທັກນິກ ຫຼື ພາສາຕ່າງໆ ຊ່ວຍໃຫ້ນັກວິເຄາະອະທິບາຍເຖິງກິດຈະກຳທີ່ສຳຄັນຂອງລະບົບໄດ້.
- ຂໍ້ມູນສຳຄັນ
( Data dictionary ) ອະທິບາຍເຖິງຂໍ້ມູນທັງໝົດທີ່ໃຊ້ໃນລະບົບ.
- ກົດ ( Rule ) ເປັນມາດຕະຖານໃນການອະທິບາຍ ຫຼື ບັນທຶກ ເພື່ອໃຫ້ລະບົບມີຄວາມສົມບູນໃນການວິເຄາະແບບໂຄງສ້າງໃຫ້ສອດຄ່ອງກັບການວິເຄາະກະແສໄຫຼຂອງຂໍ້ມູນເຊິ່ງເປັນເຄື່ອງມືທີ່ຈຳເປັນໃນການບັນທຶກ,
ສະແດງລະບົບທີ່ມີຢູ່ ແລະ ຍັງເປັນຕົວຊ່ວຍໃນການກຳນົດຄວາມຕ້ອງການຂອງຂໍ້ມູນຕ່າງໆ.
2.5.3. ແຜນພາບການໄຫຼຂອງກະແສຂໍ້ມູນ.
ແຜນພາບການໄຫຼຂອງກະແສຂໍ້ມູນ ແມ່ນແຜ່ນພາບທີ່ໃຊ້ອະທິບາຍການເຄື່ອນໄຫວຂອງຂໍ້
ມູນໃນລະບົບ ເຊິ່ງຈະສະແດງເຖິງຂໍ້ມູນທີ່ໄຫຼເຂົ້າ ແລະ ໄຫຼອອກຈາກລະບົບໃນສ່ວນປະມວນຜົນຂໍ້ມູນ ແລະ ທີ່ເກັບຂໍ້ມູນແຜນການໄຫຼຂອງກະແສຂໍ້ມູນເປັນເທັກນິກທີ່ມີຄວາມສຳຄັນຂອງລະບົບການວິເຄາະເຊິ່ງຈະຊ່ວຍກຳນົດຂອບເຂດທີ່ຊັດເຈນຂອງລະບົບທີ່ນຳສະເໜີ, ຊ່ວຍໃນການກວດສອບຂໍ້ມູນຕ່າງໆ ແລະ ກິດຈະກຳທີ່ລະບົບໃຊ້ໃນການຈັດເກັບຂໍ້ມູນ,
ເຊິ່ງໃນການກຳນົດໂປຼແກຼມທີ່ເປັນໜ້າທີ່ຫຼັກໆຂອງລະບົບ.
2.5.4. ສັນຍາລັກທີ່ໃຊ້ໃນການອອກແບບ.
ສັນຍາລັກໃຊ້ໃນມາດຕະຖານໃນການສະແດງພາບການໄຫຼຂອງກະແສຂໍ້ມູນມີຫຼາຍຊະນິດ
ແຕ່ໃນນີ້ຈະສະແດງໃຫ້ເຫັນພຽງສັນຍາລັກມາດຕາຖານທີ່ພັດທະນາໂດຍ DeMarco and Your don ໂດຍມີສັນຍາລັກດັ່ງນີ້:
|
Name
|
Cane &
Sarson
|
Remark
|
|
Process
|
|
ສັນຍາລັກການປະມວນຜົນ
|
|
External
Agent
|
|
ສັນຍາລັກບຸກຄົນ, ອົງກອນຫຼື ໜ່ວຍງານ
|
|
Data Store
|
|
ສັນຍາລັກການເກັບຂໍ້ມູນ
|
|
Data Flow
|
|
ສັນຍາລັກເສັ້ນທາງການໄຫຼຂອງຂໍ້ມູນ
|
ຮູບທີ 2.3 ສະແດງຕາຕະລາງສັນຍາລັກອອກແບບ DFD
Ø Process
ຂັ້ນຕອນການດຳເນີນງານຄື: ການດຳເນີນການຕອບສະໜອງຂໍ້ມູນທີ່ໄດ້ຮັບເຂົ້າມາ ຫຼື ດຳເນີນການຕອບສະໜອງເງື່ອນໄຂ, ສະພາວະທົ່ວໄປທີ່ເກີດຂຶ້ນບໍ່ວ່າຂັ້ນຕອນການທຳງານນັ້ນຈະເຮັດໂດຍບຸກຄົນ, ໜ່ວຍງານ ຫຼື ເຄື່ອງຄອມພິວເຕີ.
|
process
|
ຮູບທີ 2.4 ສະແດງຂັ້ນຕອນການທຳງານພາຍໃນລະບົບ
Ø External Agent: ໝາຍເຖິງບຸກຄົນ, ໜ່ວຍງານໃນອົງກອນ, ອົງກອນອື່ນໆ ຫຼື ລະບົບງານ
ອື່ນໆທີ່ຢູ່ພາຍນອກຂອບເຂດຂອງລະບົບທີ່ມີຄວາມສຳພັນກັບລະບົບ ໂດຍມີການສົ່ງຂໍ.
|
External
Agent
|
ຮູບທີ 2.5 ສະແດງປັດໃຈ ຫຼື ສະພາບແວດລ້ອມທີ່ມີ
Ø Data Store: ເປັນແຫຼ່ງຈັດເກັບຂໍ້ມູນຄືກັນກັບ File ຂໍ້ມູນ ແລະ ຖານຂໍ້ມູນ ໂດຍເປັນການອະທິບາຍລາຍລະອຽດ ແລະ ຄຸນສົມບັດສະເພາະຕົວຂອງສິ່ງທີ່ຕ້ອງການເກັບຕົວຢ່າງເຊັ່ນ: ຂໍ້ມູນປະຫວັດພະນັກງານຄູອາຈານ, ຂໍ້ມູນປະຫວັດນັກສຶກສາ, ຂໍ້ມູນການລົງທະບຽນໂດຍມີລະຫັດກຳນົດໄວ້ D1, D2 ເຊິ່ງມີສັນຍາລັກ.
|
.Data Store
|
ຮູບທີ 2.6 ສະແດງແຫຼ່ງຈັດການຂໍ້ມູນ
Ø Data Flow: ເສັ້ນທາງການໄຫຼຂອງຂໍ້ມູນ.
ຮູບທີ 2.7 ສະແດງເສັ້ນທາງການໄຫຼຼຂອງຂໍ້ມູນ
2.5.5. ດາຕາອີເລເມັນ ( Data
Element )
ເປັນຂໍ້ມູນລະດັບພື້ນຖານທີ່ສຸດຢູ່ໃນລະບົບ. Data
Element ອາດຈະເປັນຟິວ ( Field )
ຫຼື ຂໍ້ມູນຍ່ອຍທີ່ນ້ອຍສຸດ ແລະ ບໍ່ສາມາດປະກອບຂຶ້ນດ້ວຍຂໍ້ມູນຫຼາຍສ່ວນ.ຕົວຢ່າງ
Data Element ຂອງລະບົບລົງທະບຽນຈະປະກອບໄປດ້ວຍ Data Element ຫຼາຍອັນເຊັ່ນ: ຊື່ນັກສຶກສາ, ລະຫັດນັກສຶກສາ, ລະຫັດກົດລະບຽບ ແລະ ອື່ນໆ. Data Element ແຕ່ລະຕົວຈະມີລັກສະນະສະເພາະເຊັ່ນ:
2.5.6. ຊື່ຂໍ້ມູນ ( Data name )
ຖືກນຳມາໃຊ້ໃນການແຍກຂໍ້ມູນນັ້ນໆອອກຈາກຂໍ້ມູນອື່ນ ຂໍ້ມູນຍ່ອຍແຕ່ລະສ່ວນຈະມີຊື່ເພື່ອ
ໃຊ້ອ້າງເຖິງຕະຫຼອດຂະບວນການພັດທະນາລະບົບ ດັ່ງນັ້ນຄວນໃຊ້ຊື່ໃຫ້ມີຄວາມໝາຍເໝາະສົມ
ແລະ ເຂົ້າໃຈງ່າຍ ມາດຕະຖານທົ່ວໄປໃນການຕັ້ງຊື່ຂໍ້ມູນຄື: ບໍ່ໃຫ້ມີອັກສອນຫຼາຍກວ່າ 30 ຕົວ
( ປະກອບໄປດ້ວຍອັກສອນພາສາອັງກິດເປັນຕົວພິມໃຫ່ຍ ຫຼື ຕົວພິມນ້ອຍ A-Z ຫຼື
a-z. ສ່ວນຕົວເລກແມ່ນ 0-9 ບໍ່ໃຫ້ມີຕົວຍະວ່າງ” “ ລະຫວ່າງຄຳ ຫາກຈະໃຊ້ຄວນໃຊ້ຕົວຂີດກ້ອງ “_” ຫຼື ຂີດໜ້າ
“-” ແທນ).
2.5.7. ຄຳອະທິບາຍຂໍ້ມູນ ( Data
Description )
ເປັນຄຳອະທິບາຍທີ່ສະແດງຢູ່ໃນແຕ່ Data Element ເພື່ອໃຫ້ຜູ້ພັດທະນາລະບົບ ຫຼື ບຸກ
ຄົນໃນລະບົບເຂົ້າໃຈ. ແຕ່ເວລາຄຳອະທິບາຍນັ້ນຄວນສ້າງໃຫ້ຄົນອ່ານເຂົ້າໃຈງ່າຍ.
2.5.8. ຄວາມຍາວ ຫຼື
ຂະໜາດຂອງຂໍ້ມູນ
ໝາຍເຖິງຂະໜາດຂອງຂໍ້ມູນທີ່ຈະຕ້ອງຈອງໄວ້ເພື່ອບັນຈຸຕົວອັກສອນ ຫຼື ສັນຍາລັກ. ການ
ໃສ່ຂະໜາດຄວນຄຳນຶງເຖິງການນຳໃຊ້ໃນຕໍ່ໄປຂ້າງໜ້ານຳ.
2.5.9. ຄ່າຂອງຂໍ້ມູນ
ໃນບາງຂັ້ນຕອນຂອງລະບົບຈະເກີດການປະມວນຜົນຂຶ້ນ ເມື່ອຂໍ້ມູນທີ່ອິນພຸດ ( Input )ເຂົ້າ
ມີ່ຄ່າທີ່ກຳນົດເທົ່ານັ້ນເຊັ່ນ: ຄ່າຂໍ້ມູນອາດຈະເປັນຕົວເລກຈະເຮັດໄດ້ພຽງຕົວເລກເພື່ອຈະນຳໄປປະມວນຜົນ ຫາກໃສ່ຄ່າເປັນຕົວອັກສອນແລ້ວຈະນຳໄປປະມວນຜົນບໍ່ໄດ້. ດັ່ງນັ້ນຂໍ້ມູນສັບຈະຕ້ອງອະທິບາຍເຖິງຄ່າຂອງຂໍ້ມູນໃຫ້ຊັດເຈນ, ຖ້າບໍ່ດັ່ງນັ້ນອາດຈະເກີດການປະມວນຜົນທີ່ຜິດພາດ ຫຼື ບໍ່ສາມາດເກີດການປະມວນຜົນໄດ້.
ເນື່ອງຈາກການຂຽນແຜນພາບການໄຫຼຂອງກະແສຂໍ້ມູນປະກອບໄປດ້ວຍສັນຍາລັກຕ່າງໆເຊິ່ງແຕ່ລະສັນຍາລັກລ້ວນແຕ່ມີຄວາມໝາຍໃນຕົວເອງ, ດັ່ງນັ້ນການອອກແບບແຜນພາບກະແສຂໍ້ມູນຈິ່ງຕ້ອງມີກົດເກນຕ່າງໆດັ່ງນີ້:
1. ຊື່ Data Flow ຄວນເປັນຊື່ຂໍ້ມູນທີ່ສົ່ງໂດຍບໍ່ຕ້ອງອະທິບາຍວ່າສົ່ງແບບໃດ, ທຳງານແນວໃດ.
2.
Data Flow ຕ້ອງມີຈຸດເລີ່ມຕົ້ນ ຫຼື ສິ້ນສຸດທີ່ Process ເພາະ Data
Flow ຄືຂໍ້ມູນທີ່ນຳເຂົ້າ ແລະ ຂໍ້ມູນທີ່ສົ່ງອອກຂອງ
Process.
3.
Data flow ຈະເດີນທາງລະຫວ່າງ External Agent ກັບ External Agent
ບໍ່ໄດ້.
4.
Data flow ຈະເດີນທາງລະຫວ່າງ External Agent ກັບ Data Store ບໍ່ໄດ້.
5.
Data flow ຈະເດີນທາງລະຫວ່າງ Data Store ກັບ External Agent ບໍ່ໄດ້.
6.
Data flow ຈະເດີນທາງລະຫວ່າງ Data Store ກັບ Data Store ບໍ່ໄດ້ .
7. ການຕັ້ງຊື່ Data Flow ຈະຕ້ອງໃຊ້ຄຳນາມ.
1.ລະບົບຖານຂໍ້ມູນ
ລະບົບຖານຂໍ້ມູນ(database)ຄືລະບົບການຈັດເກັບຂໍ້ມູນທີຮວບຮ່ວມເອົາຂໍ້ມູນທີ່ມີຄວາມສຳພັນເກັບໄວດ້ວຍກັນ
ເພື່ອຫລຸດຄວາມຊຳ້ຊ້ອນຂອງຂໍ້ມມູນ ນອກຈາກນີ້ຍັງຄຳນຶງເຖິງການໃຊ້ຂໍ້ມູນຮ່ວມກັນລະຫວ່າງງານຫລາຍໆງານ
ແລະ ຄວາມອິດສະຫຼະຕໍ່ກັນລະຫວ່າງຂໍ້ມູນກັບງານທີ່ເອີ້ນໃຊ້ອີກດ້ວຍ
2.ຊະນິດຂອງຂໍ້ມູນ
ລະບົບຖານຂໍ້ມູນໄດ້ຖືກພັດທະນາໃຫ້ມີປະສິດຕິພາບໃນການຈັດເກັບແລະເອີ້ນໃຊ້ໂດຍຈະມີໂຄງສ້າງຂອງການອອກແບບຖານຂໍ້ມູນໄດ້ແບ່ງ3ແບບ:ຄື
ຖານຂໍ້ມູນແບບລຳດັບຊັ້ນ(hierarchical database),ຖານຂໍ້ມູນແບບເຄຶອຂ່າຍ(network database),ຖານຂໍ້ມູນແບບສຳພັນ(relational
database)
3.ຂໍ້ດີຂອງການໃຊ້ລະບົບຖານຂໍ້ມູນ
ກ.ຄວບຄຸມຄວາມຊ້ຳຊ້ອນ ແລະ
ຄວາມຂັດແຍ້ງໃນຂໍ້ມູນໄດ້ດີຂື້ນ
ຂ.
ສະດວກໃນການໃຊ້ຂໍ້ມູນຮ່ວມກັນລະຫວ່ງງານຫຼາຍໆງານ
ຄ.ເຮັດໃຫ້ໄວວ່າງໃຈຂໍ້ມູນໄດ້ຫຼາຍຂື້ນ
ງ.ທຳງານໄດ້ໄວຂື້ນ
ຈ.ຮັບສາຄວາມປວດໄພຂອງຖານຂໍ້ມູນໄດ້ດີຂື້ນ
ສ.ຂໍ້ມູນເປັນອິດສະຫຼະເຊິງກັນແລະກັນ
4.ການເລຶອກໃຊ້ແອດແຊສ
ກ.ເລຶອກພາສາໃນແອດແຊສ
ໃນກໍລະນີທີ່ເຮົາໄດ້ຕິດຕັ້ງ
ໄວ້ທັງຮຸ້ນພາສາລາວ ແລະ ອັງກິດເຮົາກໍ່ສາມາດເລືອກພາສາທີ່ຈະໃຊ້ງານໃນແຕ່ລະເລຶອກໄດ້ຕາມຕ້ອງການ.
ກ.ຄິກທີ່ປຸ່ມ start ໃນແຖບງານຂອງວິນໂດ
ຂ.ເລືອກAll program>Microsoft office>Microsoft Office 2010
Tools(ເຄືອງMicrosoft)
ຄ.ເລຶອກ Microsoft Office 2010 language preferences(ການກຳນົດລັກສະພາສາຂອງ Microsoft Office 2010)
ງ.ເລຶອກພາສາທີ່ຕ້ອງການແລ້ວເລຶອກ(OK)
|
ເລຶອກພາສາຂອງສ່ວນຊ່ວຍເຫຼຶອ(help)
|
|
ເລຶອກພາສາສະແດງຜົນໜ້າຈໍຂອງໂປຼແກຼມ
|
5.ການເອີ້ນໃຊ້ແອກແຊສ
ກ.ຄຼິກທີ່ປຸ່ມ start ໃນແຖງານຂອງວິນໂດ່
ຂ.ເລຶອກ All programs>Microsoft office
ຄ.ເລືອກ Microsoft Access2010
ການສ້າງຄວາມສຳພັນລະຫວ່າງຕາຕະລາງຂໍ້ມູນ
1.ຫັຼກການອອກແບບຖານຂໍ້ມູນແບບສຳພັນໃນແອັກແຊັສ
1.
ຫຼີກລ້ຽງຂໍ້ມູນຊໍ້າໃນແຕ່ລະຄອດ
2.
ຂໍ້ມູນໃນຟລິດສ່ວນໃຫ່ຍເປັນຕົວເຊື່ອມຕາຕະລາງນັ້ນ
3.
ຂໍ້ມູນໃນຟຮິດຕ່າງໆຄວນຂື້ນຢູ່ກັບຕົວເຊື່ອມເທົ່ານັ້ນ
ຕົວຢຢ່າງຖານາຂໍ້ມູນ: ຈາກຫູັກເກນທີ່ກ່າວມານັ້ນເຮົາຕ້ອງສ້າງຖານຂໍ້ມູນລາຍຊື່ sales ທີ່ໃຊ້ໃນການຈັດການມີດັ່ງນີ້:
1.ຕາຕະລາງ vendor : ເປັນຕາຕະລາງທີ່ໃຊ້ໃນການຈັດເກັບໃນການຈັດເກັບສິນຄ້າຊື່ງມີຊື່ແລະໂຄງສ້າງຂໍ້ມູນດັ່ງນີ້:
2.ຕາຕະລາງ GOOD
: ເປັນຕາຕະລາງເກັບຂໍ້ມູນສິນຄ້າສິນຄ້ຊື່ງມີຊື່ແລະໂຄງສ້າງຂໍ້ມູນດັ່ງນີ້:
3.ຕາຕະລາງ cutomer ເປັນຕາຕະລາງເກັບຂໍ້ມູນສິນຄ້າສິນຄ້ຊື່ງມີຊື່ແລະໂຄງສ້າງຂໍ້ມູນດັ່ງນີ້
4.ຕາຕະລາງlnvoiceເປັນຕາຕະລາງເກັບຂໍ້ມູນສິນຄ້າສິນຄ້ຊື່ງມີຊື່ແລະໂຄງສ້າງຂໍ້ມູນດັ່ງນີ້
2.ການສ້າງຄວາມສຳພັນລະຫວ່າງຕາຕະລາງ
1.
ຄວາມສຳພັນແບບ1ຕໍ່1
2.
ຄວາມສຳພັນແບບ1ຕໍ່ກຸ່ມ
3.
ຄວາມສຳພັນແບບຫລາຍຕາຕະລາງສຳພັນ
4.
ການເບີ່ງຄວາມສຳພັນຂອງຕາຕະລາງຂໍ້ມູນຢ່າງໄວ
5.
ການປັບປ່ຽນຄວາມສຳພັນ
6.
ການເບີ່ງຂໍ້ມູນຈາກຄວາມສຳພັນ
7.
ການນຳຄວາມສຳພັນໄປໃຊ້ແບບສອບຖາມ
6 ຄວາມສຳພັນແບບຫຼາຍຕາຕາລາງ
|
ຕາຕາລາງສຳພັນ
|
|
ຕາຕາລາງຫຼັກ
|
|
ຕາຕາລາງສຳພັນ
|
|
ຕາຕາລາງສຳພັນ
|
ວິທີສ້າງຄວາມຄວາມສຳພັນ
ຈາກຂໍ້ມູນຕົວຢ່າງຈະນຳມາເຮັດການເຊື່ອມໂຍງຄວາມສຳພັນກັນດັ່ງນີ້:
1 ເປິດໃຊ້ຖານຂໍ້ມູນທີມີຂໍ້ມູນທີ່ຈະເຊື່ອມໂຍງກັນ
4
ຄິກທີ່ຕາຕາລາງທີ່ຕ້ອງການຈະກຳນົດຄວາມສຳພັນ
5 ຄຶກປຸ່ມAdd(ເພຶ່ມ)
8 ຈັດວາງຕາຕາລາງໃຫ້ເໝາະສົມໂດຍໃຊ້ເມົ້າລາກຕາຕາລາງນັ້ນໆເພຶ່ອເຄື່ອນຍ້າຍໄດ້.
9ເຊື່ອມຄວາມສຳພັນໂດຍການລາກຊື່ຟລິດທີ່ຈະໃຊ້ເຊື່ອມຈາກຕາຕາລາງໜຶ່ງໄປຍັງຟລິດນັ້ນໃນອີດຕາຕາລາງໜຶ່ງຈະປະກັດຮອບໂຕ້ຕອບ
10 ຄິກທີ່ປຸ່ມ Create(ສ້າງ)
7 ການເບິ່ງຂໍ້ມູນຈາກຄວາມສຳພັນ
ເຮົາສ້າງຄວາມສຳພັນລະຫວ່າງຕາຕາລາງຂໍ້ມູນຕ່າງໆໄວ້ຂໍ້ມູນທີ່ກ່ຽວຂ້ອງຈະຖືກເຊື່ອມໂຍງເຂົ້າຫາກັນໂດຍອັດຕະໂນມັດເຮັດໃຫ້ເຮົາສາມາດເບິ່ງຂໍ້ມູນເຫຼົ່ານັ້ນໄດ້ໂດຍງ່າຍ
