วันพุธที่ 25 กันยายน พ.ศ. 2556

Microsoft Access 2010


ພາກທີ I

ພາກວິຊາສະເພາະ

ບົດທີ 1

ພາກສະເໜີ

1.1  ຄຳແນະນຳແລະ ຄຳຂອບໃຈ

 

ໃນຍຸກປະຈຸບັນ ຖ້າເວົ້າເຖິງການສ້າງລະບົບຖານຂໍ້ມູນ ຫຼາຍຄົນອາດຈະຄິດເຖິງແຕ່ການໃຊ້ໂປຼແກຼມຊ່ວຍ

ສ້າງ​​ເຊັ່ນ: Microsoft Access,PHP ​ເປັນຕົ້ນ   ເພື່ອຈັດຖານຂໍ້ມູນ  ແຕ່ຄວາມເປັນຈິງແລ້ວງານດັ່ງກ່າວເປັນພຽງສ່ວນໜຶ່ງ ຂອງຂະບວນການພັດທະນາຖານຂໍ້ມູນ (SQL) ທັງໝົດເທົ່ານັ້ນເພາະຫາກເຮົາຕ້ອງສ້າງຖານຂໍ້ມູນທີ່ກົງກັບຈຸດປະສົງແລະ ປະສົບຄວາມສຳເລັດກໍ່ຈຳເປັນຕ້ອງມີການກະກຽມ ທີ່ດີເຮັດວຽກຢ່າງເປັນຂັ້ນຕອນ ຕະຫຼອດຈົນພິຈາລະນາປັດໃຈຕ່າງໆທີ່ກ່ຽວຂ້ອງຢ່າງຮອບດ້ານເຊັ່ນດຽວກັບການພັດທະນາໂຄງການປະເພດອື່ນໆ ຊຶ່ງເຮົາຈະຕ້ອງຫາຂໍ້ມູນວິເຄາະແລະ ຕັດສີນໃຈກ່ອນທີ່ຈະ​​ເຖິງຂັ້ນລົງມເຮັດເຊັ່ນ: ຈຸດປະສົງຂອງຖານຂໍ້ມູນແມ່ນຫຍັງ, ​ໃຜເປັນກຸ່ມຜູ້ເປົ້າໝາຍ, ທີມງານມີໃຜແດ່ແລະແຕ່ລະຄົນຊ່ຽວຊານດ້ານໃດ, ​ເນື້ອໃນ ຫຼື ຂໍ້ມູນໄດ້ມາຈາກໃສ, ​ເທັກໂນໂລຊີຫຍັງແດ່ທີ່ນຳມາໃຊ້, ຮູບແບບຂອງຖານຂໍ້ມູນຄວນຈະ​​ເປັນແບບໃດແລະ ການປະຊາສຳພັນໃນຮູບແບບໃດແດ່.

 

ໃນການສ້າງການສ້າງຖານຂໍ້ມູນ ເພື່ອເກັບກຳຂໍ້ມູນຂອງການຂາຍສິ້ນຄ້າຂອງຮ້ານຄອມແມ່ນເລີ່ມພັດທະນ

ເຊິ່ງໄດ້ຈາກການເກັບກຳຂໍ້ມູນມາວິເຄາະແລະ ພັດທະນາ ໂດຍແມ່ນການຊີ້ນຳຈາກອາຈານທີ່ປຶກສາທີ່ຄ່ອຍໃຫ້ຄຳຊີ້ແນະ​​ແຕ່ຕົ້ນຕະຫຼອດປາຍ ,ດັ່ງນັ້ນພວກຂ້າພະເຈົ້າຂໍຂອບໃຈມາຍັງທຸກທ່ານເປັນຢ່າງສູງ.

 

1.2 ການສັງລວມບັນຫາ

 

ທາງຮ້ານຄອມຂອງພວກເຮົາຕັ້ງຢູ່ ບ້ານ ຫັດສະດີ ເມຶອງຈັນທະບູລີ ນະຄອນຫຼວງວຽງຈັນ ເກົ່າແກ່ແຫ່ງໜຶ່ງ  ເຊິ່ງຕັ້ງມາໄດ້13ປີແລ້ວ.ທາງຮ້ານມີບໍລິການຫຼາຍຢ່າງເຊັ່ນ: ຂາຍຄອມແລະຊ້ອມແປ້ງທຸກຢ່າງທີ່ກ່ຽວຄ້ອງກັບຄອມໂດຍກົງບກ້າວໜ້າທັນສະໄໝ  ແລະ ມີຄວາມວ່ອງໄວ ສະດວກສະບາຍຂຶ້ນ. ດັ່ງນັ້ນຈຶງໄດ້ສ້າງຖານຂໍ້ມູນໄວເພຶອຈັດເກັບລາຍຊື່ຂອງລູກຄ້າທີ່ມາໃຊ້ບໍລິການ

 

1.3 ຈຸດປະສົງຂອງບົດ.

 

·  ເພື່ອເປັນການອອກແບບຖານຂໍ້ມູນ  ແລະ ພັດທະນາລະບົບ

·  ເພື່ອເພີ່ມຄວາມສະດວກສະບາຍໃຫ້ກັບຜູ້​​ຊົມໃຊ້ ຫຼື ຜູ້ຈັດການຂໍ້ມູນ, ​ຄົ້ນຫາຂໍ້ມູນຕ່າງໆ.

·  ເພື່ອໃຫ້ຜູ້ເຂົ້າຈັດການຂໍ້ມູນສາມາດສ້າງລາຍງານຕ່າງໆສື່ເຖິງກັນໄດ້ໂດຍບໍ່ຕ້ອງປິນໄປສົ່ງລາຍງານ.

 

 

 

 

 

1.5 ຄາດຄະເນຜົນໄດ້ຮັບ.

 

·  ຕ້ອງການນຳໃຊ້ລະບົບຖານຂໍ້ມູນມາຈັດເກັບຂໍ້ມູນຂາຍສິ້ນຄ້າ

 

·  ຢາກໄດ້ລະບົບທີ່ມີຄວາມສະດວກສະບາຍໃນການບໍລິຫານຂໍ້ມູນກ່ຽວກັບຂໍ້ມູນຂອງການຂາຍ

 

· ຢາກໄດ້ລາຍງານທີ່ມີຄວາມຊັດເຈນແລະແນ່ນອນ

 

· ຕ້ອງການໃຫ້ລະບົບເກັບກຳຂໍ້ມູນໃຫ້ມີຄວາມປອດໄພ.

 

·  ລະບົບສາມາດກວດສອບຂໍ້ມູນລາຍງານຕ່າງໆ   ເຊື່ອໂຍງກັນໄດ້ລະຫວ່າງສິ້ນຄ້າແລະລູກຄ້າທີ່ມາຊື້

 

          ·  ຢາກໄດ້ລະບົບທີ່ມີຄວາມວອງໄວທັນທະໄໝໃນການກວດສອບເບິ່ງຂໍ້ມູນຕ່າງໆ

2.1 ຄວາມສຳຄັນ ແລະ ຄວາມເປັນມາຂອງລະບົບຖານຂໍ້ມູນ

 

    ລະບົບໝາຍເຖິງການລວມເອົາກຸ່ມຂອງອົງກອນຕ່າງໆເຊັ່ນ: ຄົນ ( People ), ຂະບວນການ

( Process ) ຊັບພະຍາກອນ ( Resource )​ ແລະແນວຄິ ( Concept ) ທີ່ມີຄວາມສຳພັນກັນ, ​ເຮັດວຽກຮ່ວມກັນ ເພື່ອບັນລຸຈຸດປະສົງອັນດຽວກັນພາຍໃຕ້ສິ່ງແວດລ້ອມສະເພາະຢ່າງ.

 

 

ຕົວຢ່າງ: ລະບົບການຮຽນການສອນມີຈຸດປະສົງເພື່ອໃຫ້ນັກສຶກສາໄດ້ມີຄວາມຮູ້ກ່ຽວກັບ​​

ເນີ້ອໃນວິຊາທີ່ສອນ, ຊຶ່ງລະບົບອາດຈະປະກອບດ້ວຍ:

 

§ ບຸກຄະລາກອນ: ຄູ, ນັກສຶກສາ

§ ວັດສະດຸ: ​ໂຕະ​, ຕັ່ງ

§ເຄື່ອງມື: ກະດານຂາວ, ​ເຄື່ອງສາຍ LCD ເປັນຕົ້ນ

§ ວິທີການ: ຂຽນໃສ່ກະດານ, ຂຽນໃສ່ແຜ່ນໃສ, ສາຍໃສ່ LCD...

§ ການຈັດການ: ​ໂຮງຮຽນເກັບເງິນຄ່າຮຽນ, ​ໂຮງຮຽນຈັດຕາຕະລາງການຮຽນການສອນ.

 

2.1​.1 ຄວາມແຕກຕ່າລະຫວ່າງຂໍ້ມູນ ( Data ) ແລະ ຂໍ້ມູນຂ່າວສານ ( Information )

 

 

 

2.1.1.1 ຂໍ້ມູນ ( Data )

 

ຄືເຫດການຈິງ ( fact )ທີ່ເກີດຂຶ້ນປະຈຳວັນໃນການດຳເນີນທຸລະກິດຂອງອົງກອນ ຫຼື ເອີ້ນ

ວ່າຂໍ້ມູນດິບ ( Raw Data ), ​ເປັນຂໍ້ມູນຍັງບໍ່ທັນໃຫ້ເກີດປະໂຫຍແຕ່ຢ່າງໃດເທື່ອ, ​ຊຶ່ງຂໍ້ມູນດັ່ງກ່າວອາດຈະເປັນໄປໄດ້ທັງຕົວເລກ, ຕົວອັກສອນ, ຮູບພາບເຊັ່ນ: ລາຍການຊື້ສິນຄ້າຈາກລູກຄ້າ, ຍອດຂາຍໃນແຕ່ລະວັນ​ເປັນ​ຕົ້ນ.

 

 

 

2.1.1.2 ຂໍ້ມູນຂ່າວສານ ( Information )

ຄືຂໍ້ມູນທີ່ຜ່ານຂະບວນການເກັບ, ລວມລວບແລະ ຮຽບຮຽງແລ້ວ  ເພື່ອເປັນແຫຼ່ງຂໍ້ມູນທີ່

 

 

 

 

 

 

 

ເປັນປະໂຫຍໃຫ້ແກ່ຜູ້ໃຊ້ເຊັ່ນ:ຍອດຂາຍປະຈຳ​​ເດືອນ ຊຶ່ງລວມລວມຍອດຂາຍໃນແຕ່ລະວັນ.

 

Process

Data



Information
 


 

 

 


ຮູບທີ 2.1 ສະແດງການພົວພັນລະຫວ່າງ data  ແລະ information

 

2.​1.2  ນັກວິເຄາະລະບົບ ( System Analyst )

 

ຄືຜູ້ປະສານການຕິດຕໍ່ບຸກຄົນຕ່າງໆ ເພື່ອລວບລວມຂໍ້ມູນຄວາມຕ້ອງການຂອງຜູ້ທີ່ກ່ຽວຂ້ອງ

ກັບລະບົບແລ້ວນຳເອົາຂໍ້ມູນເຫຼົ່ານັ້ນມາວິເຄາະເພື່ອເຮັດການອອກແບບສ້າງລະບົບໃໝ່, ​ເປັນຄົນກາງໃນການຕິດຕໍ່ລະຫວ່າງລະບົບຂໍ້ມູນຂ່າວສານ ແລະ ຜູ້ສ້າງລະບົບ ( System Builder ) ເພື່ອພັດທະນາລະບົບຂໍ້ມູນຂ່າວສານຂອງອົງກອນຂຶ້ນມາຊຶ່ງຈະມີງານຫຼັກໆຄຶ:

 

§ ວາງແຜນ ( Planning )

§ ວິເຄາະຄວາມຕ້ອງການ ( Requirement Analysis )

§ ພິຈາລະນາແລະ ຕັດສີນໃຈເລືອກໃຊ້ລະບົບຂໍ້ມູນຂ່າວສານ

§ ກຳນົດລາຍລະອຽດໃໝ່ຂອງລະບົບ

§ ຈັດຫາ Hardware ​ ​ແລະ Software ໃໝ່

 

2.2 ຄວາມຮູ້ພື້ນຖານກ່ຽວກັບຖານຂໍ້ມູນ.

2.2.1 ຄວາມຫມາຍຂອງຖານຂໍ້ມູນ.

        ຖານຂໍ້ມູນແມ່ນ: ການຈັດເກັບຂໍ້ມູນຢ່າງເປັນລະບຽບເຊິ່ງຜູ້ໃຊ້ສາມາດໃຊ້ຂໍ້ມູນໃນລັກສະນະຕ່າງໆໄດ້ເຊັ່ນ:  ການເພີ່ມຂໍ້ມູນ, ການເອີ້ນໃຊ້ຂໍ້ມູນ, ການແກ້ໄຂ ຫລື ການລົບຂໍ້ມູນເປັນຕົ້ນໂດຍທົ່ວໄປການຈັດເກັບຂໍ້ມູນຈະມີການນຳເອົາລະບົບຄອມພີວເຕີເຂົ້າມາຊ່ວຍໃນການຈັດເກັບຖານຂໍ້ມູນ.

2.2.2 ອົງ​ປະກອບ​ຖານ​ຂໍ້​ມູນ.

         ລະບົບ​ຖາ​ນຂໍ້​ມູນ​ສ່ວນ​ໃຫຍ່​ເປັນ​ລະບົບ​ທີ່​ມີ​ການ​ນຳ​ເອົາ​ຄອມ​ພິວ​ເຕີ​ເຂົ້າ​ມາ​ຊ່ວຍ​ໃນ​ການ​ຈັດ​ເກັບ​ຂໍ້​ມູນ​​ໂດຍ​ມີ​ຊອບ​ແວ ຫລື  ​ໂປຣ​ແກຣມຊ່ວຍ​ໃນ​ການ​ຈັດ​ເກັບ​ຖານ​ຂໍ້​ມູນ​ເຫລົ່າ​ນີ້​ເພື່ອ​ໃຫ້​ໄດ້​ຂໍ້​ມູນ​ຕາມ​ທີ່​ຜູ້​ໃຊ້​ຕ້ອງການປະເພດຂອງອົງ​ປະກອບ​ມີ:

2.2.2.1. ຮາດ​ແວ ( Hard Ware ).

        ​ໃນ​ລະບົບ​ຖານ​ຂໍ້​ມູນ​ທີ່​ມີ​ປະ​ສິດທິ​ພາບ​ຄວນ​ມີ​ຮາດ​ແວ​ຕ່າງໆ   ທີ່​ພ້ອມ​ຈະ​ອຳນວຍ​ຄວາມ​ສະ ດວກ​ໃນ​ການ​ບໍລິຫານ​ລະບົບ​ຖານ​ຂໍ້​ມູນ​ໄດ້​​. ໂດຍ​ມີ​ປະສິດ​ທິພາ​ບບໍ່ວ່າ​ຈະ​ເປັນ​ຂະ​ຫນາດຂອງ​ຫນ່ວຍ​ຄວາມ​ຈຳ​ຫລັກ, ຄວາມ​ໄວ​ຂອງ​ຫນ່ວຍ​ປະມວນ​ຜົນ​ກາງ,  ອຸປະກອນ​ນຳ​ຂໍ້​ມູນ​ເຂົ້າ ​ແລະ ອອກ​ລາຍ​ງານ​ລວມ​ໄປ​​ເຖິງ​ຫນ່ວຍ​ຄວາມ​ຈຳ​ສຳຮອງ​ທີ່​ຈະ​ຮອງ​ຮັບ​ການ​ປະມວນ​ຜົນ​ຂໍ້​ມູນ​ໃນ​ລະບົບ​ໄດ້​ຢ່າງ​ມີ​ປະສິດທິ​ພາບ.

2.2.2.2. ໂປຣ​ແກຣມ ( Program ).

        ​​ໃນ​ການ​ປະມວນ​ຜົນ​ຖານ​ຂໍ້​ມູນ​ອາດ​ຈະ​ໃຊ້​​ໂປຣ​ແກຣມທີ່​ແຕກ​ຕ່າງ​ກັນ​, ເຊິ່ງຂຶ້ນຢູ່​ກັບລະບົບ​ຄອມ​ພິວ​ເຕີ​ທີ່​ໃຊ້​ນັ້ນ​ວ່າ​ເປັນ​ແນວ​​​ໃດ​ໂປຣ​ແກຣມທີ່​​ເຮັດຫນ້າທີ່ຄວບ​ຄຸມ​ດູ​ແລ​ການ​ສ້າງ, ການ​ເອີ້ນ​ໃຊ້​ຂໍ້​ມູນ, ການ​ຈັດ​ທຳ​ໃບ​ລາຍ​ງານ, ກາ​ນປັບ​ປ່ຽນ​ແກ້​ໄຂ​​ໂຄງ​ສ້າງ, ການ​ຄວບ​ຄຸມ ​ເວົ້າ​ອີກ​ຢ່າງ​ຫນຶ່ງວ່າ​ລະບົບ​ຈັດການ​ຖານ​ຂໍ້​ມູນ  ( Database Management System: DBMS )  ​ແມ່ນ​​ໂປຣ​ແກຼມ ຫລື ຊອບ​ແວ​ທີ່​ເຮັດ​ຫນ້າ​ທີ່​ໃນ​​ຖານຂໍ້ມູນໂດຍຈະເປັນສື່ກາງລະຫວ່າງຜູ້ໃຊ້  ແລະ  ໂປຣແກຣມຍຸກຕ່າງໆທີ່ຢູ່ໃນລະບົບຖານຂໍ້ມູນ.

v ຫນ້າ​ທີ່​ຂອງ​ລະບົບ​ຈັດການ​ຖານ​ຂໍ້​ມູນ​ປະກອບ​ມີ:

· ຊ່ວຍກຳນົດ ແລະ ເກັບໂຄງສ້າງຖານຂໍ້ມູນ ( Define and Store Database Structure ).

· ການ​ບັນຈຸ​ຂໍ້​ມູນ​ຈາກ​ຖານ​ຂໍ້​ມູນ ( Load Database ).

· ເກັບ ​ແລະ ດູ​ແລ​ຂໍ້ມູນ ( Store and Maintain Data ).

· ປະສານ​ງານ​ກັບ​ລະບົບ​ປະຕິບັດ​ການ ( Operating System ).

· ຊ່ວຍ​ປ້ອງ​ກັນ​ຄວາມ​ປອດ​ໄພ ( Security Control ).

· ການຈັດ​ທຳ​ຂໍ້​ມູນ​ສຳຮອງ ​ແລະ ການ​ກູ້ ( Backup and Recovery ).

· ຄວບ​ຄຸມ​ການ​ນຳ​ໃຊ້​ຂໍ້​ມູນ​ພ້ອມ​ກັນ​ຂອງ​ຜູ້​ໃຊ້​ຂໍ້​ມູນ​ໃນ​ລະບົບ ( Concurrency Control ).

· ຄວບ​ຄຸມ​ບູລະນະ​ພາບ​ຂອງ​ຂໍ້​ມູນ ( Integrity Control ).

· ທຳ​ຫນ້າ​ທີ່​ຈັດ​ທຳ​ວັດຈະນານຸກົມ​ຂໍ້​ມູນ ( Data dictionary ).

 

2.2.2.3. ຂໍ້​ມູນ ( Data ).

      ຂໍ້​ມູນ ( Data ) ຄື: ເປັນ​ການ​ລວບ​ລວມຂໍ້​ມູນ​ໃຫ້​ເປັນ​ສູນ​ກາງ​ຂໍ້​ມູນ​ຢ່າງ​ມີ​ລະບົບ​ເຊິ່ງຂໍ້​ມູນ​ເຫລົ່າ​ນີ້​ສາມາດ​ເອີ້ນ​ໃຊ້​ຮ່ວມ​ກັນ​ໄດ້ ຜູ້​ໃຊ້​ຂໍ້​ມູນ​ຢູ່​ໃນ​ລະບົບ​ຖານ​ຂໍ້​ມູນ​ ຈະ​ເບິ່ງ​ພາບ​ຂອງ​ຂໍ້​ມູນ​ທີ່​ແຕກ​ຕ່າງ​ກັນ​ເຊັ່ນ: ຜູ້​ໃຊ້​ບາ​ງຄົນ​ເບິ່ງ​ພາບ​ຂອງ​ຂໍ້​ມູນ​ທີ່​ຖືກ​ຈັດ​ເກັບ​ໄວ້​ໃນ​ສື່​ເກັບ​ຂໍ້​ມູນ​ຈິງ (External Level ).

2.2.2.4. ບຸກຄະລາ​ກອນ ( People ).

          · ຜູ້​ໃຊ້​ທົ່ວ​ໄປ ( User ).

· ພະນັກງານ​ປະຕິບັດ​ການ ( Operating ).

· ນັກວິ​ເຄາະ ​ແລະ ອອກ​ແບບ​ລະບົບ ( System Analysis ).

· ຜູ້​ຂຽນ​ໂປຣ​ແກຣມປະຍຸກ​ໃຊ້​ງານ ( Programmer ).

· ຜູ້​ບໍລິຫານ​ຖານ​ຂໍ້​ມູນ ( Data Administration: DBA ).

 

2.3. ຂໍ້​ດີ ​ແລະ ຂໍ້​ເສຍ​ຂອງ​ລະບົບ​ຖານ​ຂໍ້​ມູນ.

2.3.1. ຂໍ້​ດີ​ຂອງ​ລະບົບ​ຖານ​ຂໍ້​ມູນ.

-    ຫລີກ​ລ້ຽງຄວາມ​ຂັດ​ແຍ້​ງຂອງ​ຂໍ້​ມູນ​ໄດ້.

-    ສາມາດ​ໃຊ້​ຂໍ້​ມູນ​ຮ່ວມ​ກັນ​ໄດ້.

-    ສາມາດ​ຫລຸດ​ຄວາມ​ຊັບຊ້ອນ​ຂອງ​ຂໍ້​ມູນ​.

-    ການ​ຮັກສາ​ຄວາມ​ຖືກຕ້ອງ​ຂອງ​ຂໍ້​ມູນ​ເຊື່ອ​ຖື​ໄດ້.

-    ສາມາດ​ກຳນົດ​ເປັນ​ມາດຕະຖານ​ດຽວກັນ​ໄດ້.

-    ຄວາມ​ເປັນ​ອິດສະຫລະ​ຂອງ​ຂໍ້​ມູນ ​ແລະ ​ໂປຣ​ແກຣມ.

 

2.3.2. ຂໍ້​​ເສຍ​ຂອງ​ລະບົບ​ຖານ​ຂໍ້​ມູນ.

-    ມີ​ຕົ້ນ​ທຶນ​ສູງ.

-    ມີ​ຄວາມ​ຊັບຊ້ອນ.

-    ມີ​ຄວາມ​ສ່ຽງຕໍ່ການ​ຢຸດ​ສະ​ງັກຂອງ​ລະບົບ.

 

2.4 ການພັດທະນາລະບົບຂໍ້ມູນຂ່າວສານ Information System Development

 

2.4.1.  ຄວາມຮູ້ພື້ນຖານຂອງການພັດທະນາລະບົບ.

 

 ການພັດທະນາລະບົບແມ່ນເປັນການສ້າງລະບົບໃໝ່ ຫຼື ປັບປຸງລະບົບງາເດີມທີ່ມີຢູ່ແລ້ວ

ໃຫ້ສາມາດທຳງານ ເພື່ອແກ້ໄຂບັນຫາການດຳເນີນງານທາງທຸລະກິດໄດ້ຕາມຄວາມຕ້ອງການຂອງຜູ້ໃຊ້ ໂດຍອາດຈະນຳໃຊ້ຄອມພິວເຕີຊ່ວຍໃນການຈັດເກັບຂໍ້ມູນເຂົ້າສູ່ລະບົບເພື່ອປະມວນຜົນ, ຮຽບຮຽງ, ປ່ຽນແປງແລະ ຈັດການເຮັດໃຫ້ໄດ້ຜົນຕາມທີ່ຕ້ອງການ, ການທີ່ຈະເຮັດການພັດທະນາລະບົບມີຄວາມຈຳເປັນໄດ້ສູງສຸດແລະໃຊ້ງານໄດ້ຈິງດົນທີ່ສຸດ ຈະຕ້ອງດຳເນີນການຕາມວົງຈອນການພັດທະນາລະບົບ ( System Development Lift Cycle: SDLC ) ແລະ ສຶກສາກ່ຽວກັບໂຄງສ້າງ ( Structure ) ຂອງລະບົບ.

 

2.4.2. ວົງຈອນການພັດພັດທະນາລະບົບ

 

     ແມ່ນຂະບວນການທາງຄວາມຄິດ ( Logical process ) ໃນການພັດທະນາລະບົບ

ເພື່ອແກ້ໄຂບັນຫາແລະ ຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ ຊຶ່ງເປັນວົງຈອນທີ່ສະແດງເຖິງການດຳເນີນງານ ແລະ ລາຍລະອຽດຂອງແຕ່ລະຂັ້ນຕອນຕັ້ງແຕ່ເລີ່ມຕົ້ນຈົນສຸດທ້າຍ, ​ໂດຍພາຍໃນວົງຈອນຈະແບ່ງຂະບວນການພັດທະນາອອກເປັນ 7 ຂັ້ນຕອນຄື:

1. Problem Definition : ກຳນົດບັນຫາ

2. Analysis : ວິເຄາະ

3. Design ​: ອອກແບບ

4. Development  ພັດທະນາ

5. Testing : ທົດສອບ

6. Installation : ຕິດຕັ້ງ

7. Maintenance : ບຳລຸງຮັກສາ
 

 

 


 

 

 

 

 

 

 

 

 

 

 

ຮູບທີ 2.2 ສະແດງຂັ້ນຕອນການພັດທະນາລະບົບ

 

 

​2.4.3. ທິດສະດີພື້ນຖານທີ່ໃຊ້ໃນການອອກແບບລະບົບ.

 

ທິດສະດີພື້ນຖານທີ່ໃຊ້ໃນການອອກແບບຈຳເປັນຈະຕ້ອງຮູ້ໂຄງສ້າງຂອງລະບົບວ່າຄວນຈະ

ປະກອບດ້ວຍຂໍ້ມູນຫຍັງແດ່ ເພື່ອທີ່ຈະນຳມາພັດທະນາໃນການອອກແບບແຜນພາບໃຫ້ສາມາດເຂົ້າໃຈ ງ່າຍຕໍ່ຜູ້ທີ່ຈະພັດທະນາລະບົບແລະ ຍັງແປງເປັນຮູບແບບຈຳລອງໃນການອະທິບາຍລາຍລະອຽດຂອງຂໍ້ມູນ.

 

2.5. ການວິເຄາະ​​ແບບໂຄງສ້າງ ( Structure Analysis )

 

2.5.1. ຄວາມໝາຍໂຄງສ້າງ ( Structure Analysis )

 

   ເປົ້າໝາຍທີ່ສຳຄັນຂອງການວິເຄາະໂຄງສ້າງຄື: ການລວບລວມງານທີ່ກ່ຽວຂ້ອງກັບ

ການປະ​​ເມີນຄວາມຕ້ອງການຂອງລະບົບເພື່ອໃຫ້ເຂົ້າໃຈໃນລະບົບງານທີ່ເປັນຢູ່ໄດ້ຢ່າງຖືກຕ້ອງສົມບູນ ຫຼັງຈາກນັ້ນຈຶ່ງນຳຄວາມຕ້ອງການໄປສູ່ການພັດທະນາລະບົບໃໝ່. ຄວາມໝາຍຂອງໂຄ້ງສ້າງໃນການວິເຄາະໂຄງສ້າງມີຄວາມໝາຍດັ່ງນີ້:

 

§ ຄວາມຄິດທີ່ຈະພະຍາຍາມຈັດໂຄງສ້າງໃນຂະບວນການຈະລະບຸຄວາມຕ້ອງການຂອງລະບົບໂດຍເລີ່ມຈາກການສຶກສາລະບົບທີ່ເປັນຢູ່.

§ ຂະບວນການຕ່າງໆຈະຖືກລວບລວມເພື່ອເປັນປະໂຫຍໃນການຫາລາຍລະອຽດທັງໝົດທີ່ສຳພັນກັບລະບົບທີ່ມີຢູ່.

§ເປັນວິທີການທີ່ງ່າຍໃນການກວດສອບຫາລາຍລະອຽດທີ່ກ່ຽວຂ້ອງທີ່ຖືກເບິ່ງຂ້າມ.

§ ການລະບຸຄວາມຕ້ອງການຂອງນັກວິເຄາະແຕ່ລະຄົນຈະໄດ້ຜົນໃກ້ຄຽງກັນ ແລະ ສາມາດແກ້ໄຂໄດ້ດີທີ່ສຸດໃຫ້ສາມາດພັດທະນາລະບົບຕໍ່ໄປໄດ້.

§ ມີການຂໍໃຊ້ເອກະສານເປັນຕົວບັນທຶກລະບົບທີ່ມີຢູ່ ແລະໃຊ້ເປັນຕົວກາງລວມການຕິດຕໍ່

ກັບຫຼາຍໆຝ່າຍໆ.

 

2.5.2. ສ່ວນປະກອບຂອງການວິເຄາະໂຄງສ້າງ.

 

          ການວິເຄາະໂຄງສ້າງມີສ່ວນປະກອບດັ່ງນີ້:

  1. ສັນຍາລັກຮູບພາບ ( Graphic symbols ) ເປັນຮູບແບບ ຫຼື ສັນຍາລັກທີ່ໃຊ້ບອກແລະ

   ອະທິບາຍສ່ວນປະກອບຂອງລະບົບຕະຫຼອດເຖິງຄວາມສຳພັນລະຫວ່າງສ່ວນປະກອບຕ່າໆ.

  1. ການອະທິບາຍຂະບວນການ ( Procedure and process Description ) ເປັນຮູບແບບຂອງຂໍ້ຄວາມໂດຍການໃຊ້ເທັກນິກ ຫຼື ພາສາຕ່າງໆ ຊ່ວຍໃຫ້ນັກວິເຄາະອະທິບາຍເຖິງກິດຈະກຳທີ່ສຳຄັນຂອງລະບົບໄດ້.
  2. ຂໍ້ມູນສຳຄັນ ( Data dictionary ) ອະທິບາຍເຖິງຂໍ້ມູນທັງໝົດທີ່ໃຊ້ໃນລະບົບ.
  3. ກົດ ( Rule ) ເປັນມາດຕະຖານໃນການອະທິບາຍ ຫຼື ບັນທຶກເພື່ອໃຫ້ລະບົບມີຄວາມສົມບູນໃນການວິເຄາະແບບໂຄງສ້າງໃຫ້ສອດຄ່ອງກັບການວິເຄາະກະແສໄຫຼຂອງຂໍ້ມູນເຊິ່ງເປັນ​ເຄື່ອງມືທີ່ຈຳເປັນໃນການບັນທຶກ, ສະແດງລະບົບທີ່ມີຢູ່ ແລະ ຍັງເປັນຕົວຊ່ວຍໃນການກຳນົດຄວາມຕ້ອງການຂອງຂໍ້ມູນຕ່າງໆ.

 

2.5.3. ແຜນພາບການໄຫຼຂອງກະແສຂໍ້ມູນ.

 

ແຜນພາບການໄຫຼຂອງກະແສຂໍ້ມູນ ແມ່ນແຜ່ນພາບທີ່ໃຊ້ອະທິບາຍການເຄື່ອນໄຫວຂອງຂໍ້

ມູນໃນລະບົບເຊິ່ງຈະສະແດງເຖິງຂໍ້ມູນທີ່ໄຫຼເຂົ້າແລະໄຫຼອອກຈາກລະບົບໃນສ່ວນປະມວນຜົນຂໍ້ມູນ ແລະ ທີ່ເກັບຂໍ້ມູນແຜນການໄຫຼຂອງກະແສຂໍ້ມູນເປັນເທັກນິກທີ່ມີຄວາມສຳຄັນຂອງລະບົບການວິເຄາະເຊິ່ງຈະຊ່ວຍກຳນົດຂອບເຂດທີ່ຊັດເຈນຂອງລະບົບທີ່ນຳສະເໜີ, ຊ່ວຍໃນການກວດສອບຂໍ້ມູນຕ່າງໆ ແລະ ກິດຈະກຳທີ່ລະບົບໃຊ້ໃນການຈັດເກັບຂໍ້ມູນ, ​​ເຊິ່ງໃນການກຳນົດໂປຼແກຼມທີ່ເປັນໜ້າທີ່ຫຼັກໆຂອງລະບົບ.

 

2.5.4. ສັນຍາລັກທີ່ໃຊ້ໃນການອອກແບບ.

 

ສັນຍາລັກໃຊ້ໃນມາດຕະຖານໃນການສະແດງພາບການໄຫຼຂອງກະແສຂໍ້ມູນມີຫຼາຍຊະນິດ

ແຕ່ໃນນີ້ຈະສະແດງໃຫ້ເຫັນພຽງສັນຍາລັກມາດຕາຖານທີ່ພັດທະນາໂດຍ DeMarco and Your don ໂດຍມີສັນຍາລັກດັ່ງນີ້:

 

Name
Cane & Sarson
Remark
Process

ສັນຍາລັກການປະມວນຜົນ
External Agent

ສັນຍາລັກບຸກຄົນ, ອົງກອນຫຼື ໜ່ວຍງານ
Data Store

ສັນຍາລັກການເກັບຂໍ້ມູນ
Data Flow
ສັນຍາລັກເສັ້ນທາງການໄຫຼຂອງຂໍ້ມູນ

 

ຮູບທີ 2.3 ສະແດງຕາຕະລາງສັນຍາລັກອອກແບບ DFD

Ø Process ຂັ້ນຕອນການດຳເນີນງານຄື: ການດຳເນີນການຕອບສະໜອງຂໍ້ມູນທີ່ໄດ້ຮັບເຂົ້າມາ ຫຼື ດຳເນີນການຕອບສະໜອງເງື່ອນໄຂ, ສະພາວະທົ່ວໄປທີ່ເກີດຂຶ້ນບໍ່ວ່າຂັ້ນຕອນການທຳງານນັ້ນຈະເຮັດໂດຍບຸກຄົນ, ໜ່ວຍງານ ຫຼື ເຄື່ອງຄອມພິວເຕີ.

 

process
 


 

 


                                                                                 

ຮູບທີ 2.4 ສະແດງຂັ້ນຕອນການທຳງານພາຍໃນລະບົບ

 

Ø External Agent: ໝາຍເຖິງບຸກຄົນ, ໜ່ວຍງານໃນອົງກອນ, ອົງກອນອື່ນໆ ຫຼື ລະບົບງານ ອື່ນໆທີ່ຢູ່ພາຍນອກຂອບເຂດຂອງລະບົບທີ່ມີຄວາມສຳພັນກັບລະບົບໂດຍມີການສົ່ງຂໍ.

 

External
Agent
 


 


                                                                             

 

ຮູບທີ 2.5 ສະແດງປັດໃຈ ຫຼື ສະພາບແວດລ້ອມທີ່ມີ

 

Ø Data Store:ເປັນແຫຼ່ງຈັດເກັບຂໍ້ມູນຄືກັນກັບ File ​ຂໍ້ມູນ ແລະ ຖານຂໍ້ມູນ ໂດຍເປັນການອະທິບາຍລາຍລະອຽດແລະ ຄຸນສົມບັດສະເພາະຕົວຂອງສິ່ງທີ່ຕ້ອງການເກັບຕົວຢ່າເຊັ່ນ: ຂໍ້ມູນປະຫວັດພະນັກງານຄູອາຈານ, ຂໍ້ມູນປະຫວັດນັກສຶກສາ, ຂໍ້ມູນການລົງທະບຽນໂດຍມີລະຫັດກຳນົດໄວ້ D1, D2 ເຊິ່ງມີສັນຍາລັກ.

 

.Data Store
                                                                                        


                                                                                     

 

ຮູບທີ 2.6 ສະແດງແຫຼ່ງຈັດການຂໍ້ມູນ

 

Ø Data Flow: ​ເສັ້ນທາງການໄຫຼຂອງຂໍ້ມູນ.

 

 

 


                                                                                

 

ຮູບທີ 2.7 ສະແດງເສັ້ນທາງການໄຫຼຼຂອງຂໍ້ມູນ

2.5.5. ດາຕາອີເລເມັນ ( Data Element )

 

ເປັນຂໍ້ມູນລະດັບພື້ນຖານທີ່ສຸດຢູ່ໃນລະບົບ. Data Element ອາດຈະເປັນຟິວ ( Field )

ຫຼື ຂໍ້ມູນຍ່ອຍທີ່ນ້ອຍສຸດແລະ ບໍ່ສາມາດປະກອບຂຶ້ນດ້ວຍຂໍ້ມູນຫຼາຍສ່ວນ.ຕົວຢ່າງ Data Element ​ຂອງລະບົບລົງທະບຽນຈະປະກອບໄປດ້ວຍ Data Element ຫຼາຍອັນເຊັ່ນ: ຊື່ນັກສຶກສາ, ລະຫັດນັກສຶກສາ, ລະຫັດກົດລະບຽບແລະ ອື່ນໆ. Data Element ແຕ່ລະຕົວຈະມີລັກສະນະສະເພາະເຊັ່ນ:

 

2.5.6. ຊື່ຂໍ້ມູນ ( Data name )

 

ຖືກນຳມາໃຊ້ໃນການແຍກຂໍ້ມູນນັ້ນໆອອກຈາກຂໍ້ມູນອື່ນ ຂໍ້ມູນຍ່ອຍແຕ່ລະສ່ວນຈະມີຊື່ເພື່ອ

ໃຊ້ອ້າງເຖິງຕະຫຼອດຂະບວນການພັດທະນາລະບົບ   ດັ່ງນັ້ນຄວນໃຊ້ຊື່ໃຫ້ມີຄວາມໝາຍເໝາະສົມແລະເຂົ້າໃຈງ່າຍ ມາດຕະຖານທົ່ວໄປໃນການຕັ້ງຊື່ຂໍ້ມູນຄື:   ບໍ່ໃຫ້ມີອັກສອນຫຼາຍກວ່າ 30 ຕົວ

( ປະກອບໄປດ້ວຍອັກສອນພາສາອັງກິດເປັນຕົວພິມໃຫ່ຍ ຫຼື ຕົວພິມນ້ອຍ A-Z ຫຼື a-z. ສ່ວນຕົວເລກແມ່ນ 0-9 ບໍ່ໃຫ້ມີຕົວຍະວ່າງ” “ ລະຫວ່າງຄຳ ຫາກຈະໃຊ້ຄວນໃຊ້ຕົວຂີດກ້ອງ “_” ຫຼື ຂີດໜ້າ “-” ແທນ).

 

 

2.5.7. ຄຳອະທິບາຍຂໍ້ມູນ ( Data Description )

 

ເປັນຄຳອະທິບາຍທີ່ສະແດງຢູ່ໃນແຕ່ Data Element ເພື່ອໃຫ້ຜູ້ພັດທະນາລະບົບ ຫຼື ບຸກ

ຄົນໃນລະບົບເຂົ້າໃຈ. ແຕ່ເວລາຄຳອະທິບາຍນັ້ນຄວນສ້າງໃຫ້ຄົນອ່ານເຂົ້າໃຈງ່າຍ.

 

2.5.8. ຄວາມຍາວ ຫຼື ຂະໜາດຂອງຂໍ້ມູນ

 

ໝາຍເຖິງຂະໜາດຂອງຂໍ້ມູນທີ່ຈະຕ້ອງຈອງໄວ້ເພື່ອບັນຈຸຕົວອັກສອນ ຫຼື ສັນຍາລັກ. ການ

ໃສ່ຂະໜາດຄວນຄຳນຶງເຖິງການນຳ​​ໃຊ້ໃນຕໍ່ໄປຂ້າງໜ້ານຳ.

 

 

 

2.5.9. ຄ່າຂອງຂໍ້ມູນ

 

   ໃນບາງຂັ້ນຕອນຂອງລະບົບຈະເກີດການປະມວນຜົນຂຶ້ນ ເມື່ອຂໍ້ມູນທີ່ອິນພຸ ( Input )ເຂົ້າ

ມີ່ຄ່າທີ່ກຳນົດເທົ່ານັ້ນເຊັ່ນ:  ຄ່າຂໍ້ມູນອາດຈະເປັນຕົວເລກຈະເຮັດໄດ້ພຽງຕົວເລກເພື່ອຈະນຳໄປປະມວນຜົນ ຫາກໃສ່ຄ່າເປັນຕົວອັກສອນແລ້ວຈະນຳໄປປະມວນຜົນບໍ່ໄດ້. ດັ່ງນັ້ນຂໍ້ມູນສັບຈະຕ້ອງອະທິບາຍເຖິງຄ່າຂອງຂໍ້ມູນໃຫ້ຊັດເຈນ, ຖ້າບໍ່ດັ່ງນັ້ນອາດຈະເກີດການປະມວນຜົນທີ່ຜິດພາດ ຫຼື ບໍ່ສາມາດເກີດການປະມວນຜົນໄດ້.

 

 

          ເນື່ອງຈາກການຂຽນແຜນພາບການໄຫຼຂອງກະແສຂໍ້ມູນປະກອບໄປດ້ວຍສັນຍາລັກຕ່າງໆເຊິ່ງແຕ່ລະສັນຍາລັກລ້ວນແຕ່ມີຄວາມໝາຍໃນຕົວເອງ, ດັ່ງນັ້ນການອອກແບບແຜນພາບກະແສຂໍ້ມູນຈິ່ງຕ້ອງມີກົດເກນຕ່າງໆດັ່ງນີ້:

 

1. ຊື່ Data Flow ຄວນເປັນຊື່ຂໍ້ມູນທີ່ສົ່ງໂດຍບໍ່ຕ້ອງອະທິບາຍວ່າສົ່ງແບບໃດ, ທຳງານແນວໃດ.

2. Data Flow ຕ້ອງມີຈຸດເລີ່ມຕົ້ນ ຫຼື ສິ້ນສຸດທີ່  Process​ ​ເພາະ ​ Data Flow ຄືຂໍ້ມູນທີ່ນຳເຂົ້າແລະ ຂໍ້ມູນທີ່ສົ່ງອອກຂອງ Process.

3. Data flow ຈະເດີນທາງລະຫວ່າງ External Agent ກັບ External Agent ບໍ່ໄດ້.

4. Data flow ຈະເດີນທາງລະຫວ່າງ External Agent ກັບ Data Store ບໍ່ໄດ້.

5. Data flow ຈະເດີນທາງລະຫວ່າງ Data Store ກັບ External Agent ບໍ່ໄດ້.

6. Data flow ຈະເດີນທາງລະຫວ່າງ Data Store ກັບ Data Store ບໍ່ໄດ້ .

7. ການຕັ້ງຊື່ Data Flow ຈະຕ້ອງໃຊ້ຄຳນາມ.

 

1.ລະບົບຖານຂໍ້ມູນ

ລະບົບຖານຂໍ້ມູນ(database)ຄືລະບົບການຈັດເກັບຂໍ້ມູນທີຮວບຮ່ວມເອົາຂໍ້ມູນທີ່ມີຄວາມສຳພັນເກັບໄວດ້ວຍກັນ ເພື່ອຫລຸດຄວາມຊຳ້ຊ້ອນຂອງຂໍ້ມມູນ ນອກຈາກນີ້ຍັງຄຳນຶງເຖິງການໃຊ້ຂໍ້ມູນຮ່ວມກັນລະຫວ່າງງານຫລາຍໆງານ ແລະ ຄວາມອິດສະຫຼະຕໍ່ກັນລະຫວ່າງຂໍ້ມູນກັບງານທີ່ເອີ້ນໃຊ້ອີກດ້ວຍ

2.ຊະນິດຂອງຂໍ້ມູນ

ລະບົບຖານຂໍ້ມູນໄດ້ຖືກພັດທະນາໃຫ້ມີປະສິດຕິພາບໃນການຈັດເກັບແລະເອີ້ນໃຊ້ໂດຍຈະມີໂຄງສ້າງຂອງການອອກແບບຖານຂໍ້ມູນໄດ້ແບ່ງ3ແບບ:ຄື ຖານຂໍ້ມູນແບບລຳດັບຊັ້ນ(hierarchical database),ຖານຂໍ້ມູນແບບເຄຶອຂ່າຍ(network database),ຖານຂໍ້ມູນແບບສຳພັນ(relational database)

3.ຂໍ້ດີຂອງການໃຊ້ລະບົບຖານຂໍ້ມູນ

ກ.ຄວບຄຸມຄວາມຊ້ຳຊ້ອນ ແລະ ຄວາມຂັດແຍ້ງໃນຂໍ້ມູນໄດ້ດີຂື້ນ

ຂ. ສະດວກໃນການໃຊ້ຂໍ້ມູນຮ່ວມກັນລະຫວ່ງງານຫຼາຍໆງານ

ຄ.ເຮັດໃຫ້ໄວວ່າງໃຈຂໍ້ມູນໄດ້ຫຼາຍຂື້ນ

ງ.ທຳງານໄດ້ໄວຂື້ນ

ຈ.ຮັບສາຄວາມປວດໄພຂອງຖານຂໍ້ມູນໄດ້ດີຂື້ນ

ສ.ຂໍ້ມູນເປັນອິດສະຫຼະເຊິງກັນແລະກັນ

4.ການເລຶອກໃຊ້ແອດແຊສ

ກ.ເລຶອກພາສາໃນແອດແຊສ

ໃນກໍລະນີທີ່ເຮົາໄດ້ຕິດຕັ້ງ ໄວ້ທັງຮຸ້ນພາສາລາວ ແລະ ອັງກິດເຮົາກໍ່ສາມາດເລືອກພາສາທີ່ຈະໃຊ້ງານໃນແຕ່ລະເລຶອກໄດ້ຕາມຕ້ອງການ.

ກ.ຄິກທີ່ປຸ່ມ start ໃນແຖບງານຂອງວິນໂດ

ຂ.ເລືອກAll program>Microsoft office>Microsoft Office 2010 Tools(ເຄືອງMicrosoft)

ຄ.ເລຶອກ Microsoft Office 2010 language preferences(ການກຳນົດລັກສະພາສາຂອງ Microsoft Office 2010)

ງ.ເລຶອກພາສາທີ່ຕ້ອງການແລ້ວເລຶອກ(OK)  

ເລຶອກພາສາຂອງສ່ວນຊ່ວຍເຫຼຶອ(help)

ເລຶອກພາສາສະແດງຜົນໜ້າຈໍຂອງໂປຼແກຼມ



 

5.ການເອີ້ນໃຊ້ແອກແຊສ


ກ.ຄຼິກທີ່ປຸ່ມ start ໃນແຖງານຂອງວິນໂດ່

ຂ.ເລຶອກ All programs>Microsoft office

ຄ.ເລືອກ Microsoft Access2010

ການສ້າງຄວາມສຳພັນລະຫວ່າງຕາຕະລາງຂໍ້ມູນ

1.ຫັຼກການອອກແບບຖານຂໍ້ມູນແບບສຳພັນໃນແອັກແຊັສ

1.     ຫຼີກລ້ຽງຂໍ້ມູນຊໍ້າໃນແຕ່ລະຄອດ

2.    ຂໍ້ມູນໃນຟລິດສ່ວນໃຫ່ຍເປັນຕົວເຊື່ອມຕາຕະລາງນັ້ນ

3.    ຂໍ້ມູນໃນຟຮິດຕ່າງໆຄວນຂື້ນຢູ່ກັບຕົວເຊື່ອມເທົ່ານັ້ນ

ຕົວຢຢ່າງຖານາຂໍ້ມູນ: ຈາກຫູັກເກນທີ່ກ່າວມານັ້ນເຮົາຕ້ອງສ້າງຖານຂໍ້ມູນລາຍຊື່ sales ທີ່ໃຊ້ໃນການຈັດການມີດັ່ງນີ້:

1.ຕາຕະລາງ  vendor :  ເປັນຕາຕະລາງທີ່ໃຊ້ໃນການຈັດເກັບໃນການຈັດເກັບສິນຄ້າຊື່ງມີຊື່ແລະໂຄງສ້າງຂໍ້ມູນດັ່ງນີ້:


2.ຕາຕະລາງ GOOD : ເປັນຕາຕະລາງເກັບຂໍ້ມູນສິນຄ້າສິນຄ້ຊື່ງມີຊື່ແລະໂຄງສ້າງຂໍ້ມູນດັ່ງນີ້:


3.ຕາຕະລາງ cutomer ເປັນຕາຕະລາງເກັບຂໍ້ມູນສິນຄ້າສິນຄ້ຊື່ງມີຊື່ແລະໂຄງສ້າງຂໍ້ມູນດັ່ງນີ້


 

4.ຕາຕະລາງlnvoiceເປັນຕາຕະລາງເກັບຂໍ້ມູນສິນຄ້າສິນຄ້ຊື່ງມີຊື່ແລະໂຄງສ້າງຂໍ້ມູນດັ່ງນີ້


 

 

2.ການສ້າງຄວາມສຳພັນລະຫວ່າງຕາຕະລາງ

1.     ຄວາມສຳພັນແບບ1ຕໍ່1

2.    ຄວາມສຳພັນແບບ1ຕໍ່ກຸ່ມ

3.    ຄວາມສຳພັນແບບຫລາຍຕາຕະລາງສຳພັນ

4.    ການເບີ່ງຄວາມສຳພັນຂອງຕາຕະລາງຂໍ້ມູນຢ່າງໄວ

5.    ການປັບປ່ຽນຄວາມສຳພັນ

6.    ການເບີ່ງຂໍ້ມູນຈາກຄວາມສຳພັນ


7.    ການນຳຄວາມສຳພັນໄປໃຊ້ແບບສອບຖາມ

 

 

6 ຄວາມສຳພັນແບບຫຼາຍຕາຕາລາງ

ຕາຕາລາງສຳພັນ ສຳພັນ

ຕາຕາລາງຫຼັກ ສຳພັນ

ຕາຕາລາງສຳພັນ ສຳພັນ

ຕາຕາລາງສຳພັນ ສຳພັນ
          ຄວາມສຳພັນແບບນີ້ຈະເຊື່ມໂຍງລະຫວ່າງຕາຕາລາງຫຼັກ1ຕາຕາລາງສຳພັນຕັ້ງແຕ່2ຕາຕາລາງຂື້ນໄປ:


 

 

 

 

 

 

 

 

ວິທີສ້າງຄວາມຄວາມສຳພັນ

 ຈາກຂໍ້ມູນຕົວຢ່າງຈະນຳມາເຮັດການເຊື່ອມໂຍງຄວາມສຳພັນກັນດັ່ງນີ້:

1 ເປິດໃຊ້ຖານຂໍ້ມູນທີມີຂໍ້ມູນທີ່ຈະເຊື່ອມໂຍງກັນ

2 ຄິກຍ່ອນແທັບ Database Tools(ເຄື່ອງມືຖານຂຊ້ມູນ)

3 ໃນກຸ່ມ Relationships (ຄວາມສຳພັນ) ຄິກປຸ່ມ                 

 

 

 

4 ຄິກທີ່ຕາຕາລາງທີ່ຕ້ອງການຈະກຳນົດຄວາມສຳພັນ

5 ຄຶກປຸ່ມAdd(ເພຶ່ມ)

6 ເຮັດຊ້ຳຈົນຄົບທຸກຕາຕາລາງທີ່ຕ້ອງການແລ້ວຄິກປຸ່ມ Close(ປິດ)

7 ເຮົາອາດຈະຂໍເພີ່ມຂໍ້ມູນໄດ້ໂດຍຄິກປຸ່ມ

 

 

 

 

 

 

 

 


8 ຈັດວາງຕາຕາລາງໃຫ້ເໝາະສົມໂດຍໃຊ້ເມົ້າລາກຕາຕາລາງນັ້ນໆເພຶ່ອເຄື່ອນຍ້າຍໄດ້.

9ເຊື່ອມຄວາມສຳພັນໂດຍການລາກຊື່ຟລິດທີ່ຈະໃຊ້ເຊື່ອມຈາກຕາຕາລາງໜຶ່ງໄປຍັງຟລິດນັ້ນໃນອີດຕາຕາລາງໜຶ່ງຈະປະກັດຮອບໂຕ້ຕອບ

10 ຄິກທີ່ປຸ່ມ Create(ສ້າງ)

 

 

 

 

 

 

 


11​ ເຊື່ອມຄວາມສຳພັນຈົນຄົບທຸກຕາຕາລາງ

 

 

 

 

 

 

 

 

 

 

7 ການເບິ່ງຂໍ້ມູນຈາກຄວາມສຳພັນ

  ເຮົາສ້າງຄວາມສຳພັນລະຫວ່າງຕາຕາລາງຂໍ້ມູນຕ່າງໆໄວ້ຂໍ້ມູນທີ່ກ່ຽວຂ້ອງຈະຖືກເຊື່ອມໂຍງເຂົ້າຫາກັນໂດຍອັດຕະໂນມັດເຮັດໃຫ້ເຮົາສາມາດເບິ່ງຂໍ້ມູນເຫຼົ່ານັ້ນໄດ້ໂດຍງ່າຍ

 

ไม่มีความคิดเห็น:

แสดงความคิดเห็น